ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນ​ມາ ເລັ່ງ​ປູກ​ຕົ້ນໄມ້​ຫຼາຍ​ກວ່າ 22,3 ລ້ານ​ຕົ້ນ


ມຽນ​ມາ ວາງ​ແຜນ​ປູກ​ຕົ້ນໄມ້​ຫຼາຍ​ກວ່າ 22,3 ລ້ານ​ຕົ້ນ

     ສຳນັກ​ຂ່າວ​ຊິນ​ຮວາ ຂອງ ​ສປ​ ຈີນ​ ລາຍ​ງານ​ໃຫ້​ຮູ້​ວັນ​ທີ 26 ພຶດສະພາ 2024 ນີ້, ສື່​ມວນ​ຊົນ​ມຽນ​ມາ ເປີດເຜີຍ​ວ່າ: ມຽນ​ມາ ວາງ​ແຜນ
​ປູກ​ຕົ້ນໄມ້​ຫຼາຍ​ກວ່າ 22,3 ລ້ານ​ຕົ້ນ ກວມ​ເອົາ ເນື້ອທີ່ 22.000 ເອ​ເຄີ​​ (55.000 ໄລ່) ທົ່ວ​ປະເທດ ໃນ​ລະດູຝົນ​ປີ​ນີ້ (ເດືອນ ມິຖຸນາ-ເດືອນ
ຕຸລາ).

     ມຽນ​ມາ ໄດ້​ຜະເຊີນ​ກັບ ອຸນນະພູມ ເພີ່ມ​ສູງ​ຂຶ້ນ​ເປັນ​ປະຫວັດສາດ ໃນ​ເດືອນ​ເມສາ ແລະ ເດືອນ​ພຶດສະພາ ປີ​ນີ້. ໃນ​ຂະນະ​ທີ່ ມຽນ​ມາ
ບໍລິໂພກ​ຕົ້ນໄມ້ ແລະ ເຊື້ອ​ໄຟ ໃນ​ລະດັບ​ສູງ​ຫາກ​ທຽບ​ກັບ ກຸ່ມ​ປະເທດໃນ​ອາຊີ, ໂດຍ ປະຊາກອນ​ຫຼາຍ​ກວ່າ 70% ໄດ້​ໃຊ້​ປະໂຫຍດຈາກ​
ໄມ້ ແລະ ຖ່ານ​ຫີນໃນ​ຊີວິດປະຈຳ​ວັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/05/2024